ແນະນຳການເລືອກຫົວບົດໃນ ການຂຽນບົດລາຍງານຈົບຊັ້ນກ່ຽວກັບໄອທີ

ສະບາຍດີທ່ານຜູ້ອ່ານທຸກໆຄົນ ມື້ນີ້ຂ້າພະເຈົ້າມີຫົວບົດມາແນະນຳໃນການຂຽນບົດຈົບຊັ້ນ ສຳລັບຜູ້ທີ່ຍັງຄິດບໍ່ອອກວ່າຈະເຮັດລະບົບໃດ ຫຼື ຂຽນບົດກ່ຽວກັບຫຍັງເທື່ອ ເຫັນຫຼາຍໆນ້ອງທີ່ທັກມາຫາຂ້າພະເຈົ້າວ່າ: ນ້ອງຮຽນໄອທີກຳລັງຈະຈົບແລ້ວ ຢູ່ໃນຂັ້ນຕອນໃນການຄົ້ນຫາຫົວບົດຢູ່ ບໍ່ຮູ້ວ່າຈະຂຽນຫົວບົດກ່ຽວກັບຫຍັງດີ ສະນັ້ນມື້ນີ້ຂ້າພະເຈົ້າຈີ່ງຂຽນເປັນບົດຄວາມເພື່ອຈະໄດ້ເຂົ້າໃຈໄປທາງດຽວກັນ ແລະ ບາງທີບົດຄວາມອາດຈະຊ່ວຍນ້ອງໄດ້ບໍ່ຫຼາຍກໍ່ໜ້ອຍ. ຖ້ານ້ອງກຳລັງຮຽນໃນປີທີ່ໃກ້ຈະຈົບແລ້ວແນະນຳໃຫ້ຫຼືສຸດທ້າຍ ແນະນຳໃຫ້ເລີ່ມຫາຫົວຂໍ້ແລະຊອກຂໍ້ມູນເພື່ອເລີ່ມລົງມືຂຽນບົດໄປທີລະໜ້ອຍຈີ່ງບໍ່ໄປໜັກໃນຕອນທ້າຍ ເພາະໃນຕອນທ້າຍເປັນຊ່ວງເວລາທີ່ຕື່ນເຕັ້ນພ້ອມທັງແລ່ນນຳເວລາໃນສ້າງສ້າງບົດ ຄວາມຜິດພາດອາດກາດຂື້ນຫຼາຍ ບໍ່ວ່າຊິເປັນປື້ມ, ໂປຣເຈັກ ລວມທັງສະຂະພາບເຮົາພ້ອມ. ສະນັ້ນຈີ່ງມີຄຳຖາມດັ່ງນີ້ກັບຕົວເອງ:

1. ໃຫ້ນ້ອງຖາມຕົວເອງກ່ອນວ່າເຮົາມັກຫຍັງແທ້ໃນໄອທີ ?
ຄຳວ່າໄອທີນີ້ມັນຄວາມໝາຍກ້ວາງຫຼາຍເກືອບແນມບໍ່ສຸດພູ້ນລະນ້ອງ ແຕ່ໃຫ້ຖາມໃຈຕົວເອງວ່າເຮົາມັກຄົ້ນຄ້ວາລົງເລິກສະເພາະດ້ານໃດແທ້ເພື່ອຈະໄດ້ເອົາໄປພັດທະນາຕໍ່ໃນອະນາຄົດ ເຖິງປະຈຸບັນນີ້ເຮົາຍັງບໍ່ມີຄວາມສາມາດຫຼາຍເທົ່າທີ່ຄວນກໍ່ຕາມແຕ່ຖ້າໄດ້ລົງມືເຮັດ ແລະ ສຶກສາແລ້ວບໍ່ໄດ້ຫຼາຍກໍ່ຄົງໄດ້ໜ້ອຍຈາກການສຶກສາລະບົບດັ່ງກ່າວລູ່ມນນີ້ແມ່ນບາງຫົວບົດທີ່ຂ້າພະເຈົ້າແນະນຳ ອາດເປັນທາງເລຶກຂອງນ້ອງໆທີ່ນຳໄປສານຕໍ່ໄດ້:
1. ພັດທະນາໂປຣແກຣມ ເກັບກຳຂໍ້ມູນພະນັກງານ
2. ພັດທະນາໂປແກຣມ ເກັບກຳຂໍ້ມູນນັກສຶກສາ
3. ພັດທະນາໂປຣແກຣມ ພິມພາສາລາວ
4. ພັດທະນາເວບໄຊ້ ຂ່າວສານ
5. ພັດທະນາເວບໄຊ້ ອົງກອນ
6. ພັດທະນາເວບໄຊ້ ທ່ຽວທ່ຽວ
7. ພັດທພນາເວບໄຊ້ ລະບົບການຮຽນອອນລາຍ
8. ພັດທະນາເວບໄຊ້ ຊື້ຂາຍອອນລາຍ
9. ພັດທະນາເວບໄຊ້ ຊື້-ຂາຍ ທີ່ດິນ
10. ພັດທະນາເວບໄຊ້ ຊື້-ຂາຍ ລົດ
11. ພັດທະນາລະບົບ ການຮຽນ-ການສອນ ອອນລາຍ
12. ພັດທະນາລະບົບຫ້ອງສະໝຸດ
13. ພັດທະນາລະບົບ e-office
14. ສຶກສາລະບົບໃຫ້ບໍລິການ ຝາກຂໍ້ມູນເວບໄຊ້
15. ສຶກສາລະບົບການໃຫ້ບໍລິການ ແຊຂໍ້ມູນ
16. ສຶກສາລະບົບສົ່ງເອກະສານ
17. ສຶກສາຄວາມປອດໄພການນຳໃຊ້ຄອມພິວເຕີ
18 ສຶກສາຄວາມປອດໄພທາງອິນເຕີເນັດ
19. ສ້າງສື່ການຮຽນ-ການສອນ ຕິດຕັ້ງ ແລະ ປະກອບຄອມພິວເຕີ
20. ສຶກສາ ແລະ ປັບປຸງລະບົບອິນເຕີຫ້ອງການ
21. ສຶກສາລະບົບ IoT
ນອກຈາກນີ້ກໍ່ຍັງມີຫຼາກຫຼາຍລະບົບທີ່ສາມາດນຳມາພັດທະນາເປັນລະບົບເພື່ອສຶກສາ ແລະ ຄົ້ນຄ້ວາ ສາມາດນຳເອົາໄປໃຊ້ກັບວຽກງານຕົວຈິງໄດ້ເລີຍ
ທ້າຍສູດນີ້ ຂພຈ ຫວັງວ່ານ້ອງໆເມື່ອໄດ້ອື່ນບົດຄວາມນີ້ແລ້ວອາດມີໄອເດຍດີໆຕາມ ຖ້າອ່ານແລ້ວຍັງບໍ່ເຂົ້າໃຈກໍ່ສາມາດຕິດຕໍ່ຫາ ຂ້າພະເຈົ້າໄດ້ໃນການຊ່ວຍເຫຼືອ ບາງທີອະບິບາຍຂໍ້ມູນເປັນບົດຄວາມກໍ່ບໍ່ໄດ້ດີເທົ່າກັບຂໍ້ມູນເປັນສຽງ
ໝາຍເຫດ: ສາມາດເບີ່ງແນວທາງຫາຫົວບົດເພີ່ມຕື່ມໄດ້ ທີ່ນີ້
ສາມາດດາວໂຫຼດຂໍ້ມູນຕ່າງໄດ້ ທີ່ນີ້
ຂໍຂອບໃຈ!
Comments are closed.