
ວິທີການຕິດຕັ້ງ ແລະ ການໃຊ້ງານ ZOOM ສາມາດເຮັດໄດ້ດັ່ງນີ້
- ລະບົບປະຕິບັດການ OS Window ດາວໂຫຼດໄດ້ ທີ່ນີ້
- ລະບົບປະຕິບັດການ IoS ດາວໂຫຼດໄດ້ ທີ່ນີ້
- ລະບົບປະຕິບັດການ Android ດາວໂຫຼດ ທີ່ນີ້
ຂັ້ນຕອນການຕິດຕັ້ງ ZOOM ໃນ Computer

- ສຳລັບຜູ້ໃຊ້ງານ Window ຫຼັງຈາກທຳການດາວໂຫຼດສຳເສັດໃຫ້ທຳການດາວໂຫຼດໂປຣແກຣມມາກ່ອນໂດຍການກົດປຸ່ມ Save File

2. ບັນທຶກໂປຣແກຣມ

3. ລໍຖ້າຈົນກ່ວາການດາວໂຫຼດສຳເລັດ ແລ້ວກໍ່ທຳການຕິດຕັ້ງເໝືອນກັບການຕິດຕັ້ງໂປຣແກຣມທົ່ວໆໄປ

4. ຫຼັງຈາກການຕິດຕັ້ງສຳເລັດແລ້ວໃຫ້ເປີດໂປຣມແກຣມຂື້ນມາທຳການເຂົ້າໃຊ້ງານ ໂດຍສາມາດເຂົ້າໃຊ້ງານຜ່ານ Google Account ຫຼື Facebook Account ໄດ້

ຂັ້ນຕອນການຕິດຕັ້ງ ZOOM ໃນມືຖື
- ເຂົ້າໄປທີ່ App Store ຫຼື Play Store ຄົ້ນຫາຄຳວ່າ “ZOOM” ເລືອກແອັບ ZOOM Cloud Meetings ໃຫ້ກົດຕິຕັ້ງ ຫຼັງຈາກຕິດຕັ້ງສຳເລັດໃຫ້ກົດ ເປີດ ເພື່ອເຂົ້າໃຊ້ງານແອັບ

2. ໜ້າທຳອິດຈະເປັນໜ້າ Start a Meeting ໃຫ້ກົດ Sign in ເພື່ອເຂົ້າໃຊ້ງານ ສາມາເລຶອກເຂົ້າໃຊງານໂດຍໃຊ້ Email Account ຫຼື Facebook Account ກໍ່ໄດ້ ຫຼັງຈາກນັ້ນກໍ່ຈະເຂົ້າສູ່ໜ້າ Meet & Chat

3. ຖ້າຕ້ອງການເປີດການປະຊຸ່ມ ຫຼື ຮຽນອອນໄລ ໃຫ້ກົດ New Meeting ຫຼັງຈາກນັ້ນຈະມີ Popup ຂື້ນມາວ່າ ໃຫ້ກົດເລືອກຄຳວ່າ Copy Invitation ເພື່ອທຳການກ໊ອບປີໃຫ້ຜູ້ໃຊ້ອື່ນເຂົ້າຮ່ວມໄດ້ ຫຼັງຈາກນັ້ນກໍ່ສົ່ງລິງໃຫ້ກັບຜູ້ທີ່ຕ້ອງການໃຫ້ເຊົ້າປະຊຸມ ຫຼື ຮຽນອອນໄລ
ວິທີການໃຊ້ງານ
- ເມື່ອເປີດໂປຣແກຣມຂື້ນມາຈະມີເມນູຕ່າງໆ ໃນກໍລະນີຢາກເປີດຫ້ອງປະຊຸມ ຫຼື ຮຽນອອນໄລ ໃຫ້ກົດເຂົ້າໄປທີ່ New Meeting ເພື່ອທຳການເປີດຫ້ອງປະຊຸມໃໝ່

2. ໃນກໍລະນີເປີດໃຊ້ງານໃຫ້ກົດໃຫ້ກົດ Join with Computer Audio

3. ເມື່ອຕ້ອງການເຊີນຜູ້ໃຊ້ເອີ່ນໃຫ້ເຂົ້າຮ່ວມການປະຊຸມ ໃຫ້ກົດປຸ່ມ invite ທາງລຸ່ມ

4. ຫຼັງຈາກນັ້ນຈະມີ Popup ຂື້ນມາວ່າ ໃຫ້ກົດເລືອກຄຳວ່າ Copy Invitation ເພື່ອທຳການກ໊ອບປີໃຫ້ຜູ້ໃຊ້ອື່ນເຂົ້າຮ່ວມໄດ້ ຫຼັງຈາກນັ້ນກໍ່ສົ່ງລິງໃຫ້ກັບຜູ້ທີ່ຕ້ອງການໃຫ້ເຂົ້າຮ່ວມການປະຊຸມ ຫຼື ຮຽນອອນໄລ
